✡ ຢູ່ເມືອງລາວ ໃຊ້ແຕ່ເງິນກີບ

ຂ່າວການເຄື່ອນໄຫວທັງໝົດ


 

 

ທ່ານຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ສຳເລັດການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານຫົວໜ້າກົມພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທະນາຄານພັດທະນາອາຊີ ຄົນໃໝ່

ໃນຕອນເຊົ້າຂອງວັນທີ 24 ມີນາ 2026, ທີ່ຫ້ອງຮັບແຂກຂອງຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານ ນ. ບຸນຄຳ ວໍລະຈິດ, ຜູ້ວ່າການ ທຫລ ພ້ອມດ້ວຍຄະນະ ຈາກກົມກ່ຽວຂ້ອງຂອງ ທຫລ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Zhang Nianshan, ຫົວໜ້າກົມພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທະນາຄານພັດທະນາອາຊີ (Asian Development Bank: AD

ຂ່າວວັນທີ: 24-03-2026

ອ່ານຂ່າວນີ້     ດາວໂຫລດຂ່າວນີ້

 

 

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ໃນວັນທີ 23 ມີນາ 2026, ທ່ານ ນ. ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຜູ້ວ່າການ ທຫລ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດ

ຂ່າວວັນທີ: 23-03-2026

ອ່ານຂ່າວນີ້     ດາວໂຫລດຂ່າວນີ້

 

 

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ງົບປະມານ-ສະຫວັດດີການ ຂອງ ທະນາຄານແຫ່ງ ສປປ ລາວ ປະຈໍາ ປີ 2025

ໃນວັນທີ 20 ມີນາ 2026 ທີ່ ທະນາຄານແຫ່ງ ສປປ ແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ງົບປະມານ-ສະຫວັດດີການ ຂອງ ທຫລ ປະຈໍາ ປີ 2025 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນ. ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທຫລ, ມີບັນດາຄະນະກົມພາຍໃນ ທຫລ, ບັນດາ ທຫລ ປະຈໍາພາກ ແລະ ບັນດາຫົວໜ່ວຍງົບປະມານທີ່ຂຶ້ນກັບ ທຫລ

ຂ່າວວັນທີ: 20-03-2026

ອ່ານຂ່າວນີ້     ດາວໂຫລດຂ່າວນີ້

 

 

ກອງປະຊຸມຄະນະກໍາມະການສະຖຽນລະພາບທາງດ້ານການເງິນ ຂອງສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ ຄັ້ງທີ I ປະຈໍາປີ 2026

ໃນຕອນເຊົ້າວັນທີ 20 ມີນາ 2026, ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກໍາມະການສະຖຽນລະພາບທາງດ້ານການເງິນ (ຄສງ) ທຫລ ຄັ້ງທີ I ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ, ຮອງຜູ້ວ່າການ ທຫລ, ປະທານ ຄສງ, ພ້ອມດ້ວຍ ຮອງປະທານ ແລະ ກຳມະການຂອງ ຄສງ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວວັນທີ: 20-03-2026

ອ່ານຂ່າວນີ້     ດາວໂຫລດຂ່າວນີ້

 

 

ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ສໍາເລັດການຕ້ອນຮັບ ທ່ານຮອງປະທານຫ້ອງການ ທະນາຄານໂລກ ປະຈຳພາກພື້ນຕາເວັນອອກ ເເລະ ປາຊີຟິກ

ໃນຕອນເຊົ້າຂອງວັນທີ 20 ມີນາ 2026, ທີ່ທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານ ນາງ ບຸນຄໍາ ວໍລະຈິດ, ຜູ້ວ່າການ ທຫລ ພ້ອມດ້ວຍຄະນະຈາກກົມກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Carlos Felipe Jaramillo, ຮອງປະທານຫ້ອງການ ທະນາຄານໂລກ ປະຈຳພາກພື້ນຕາເວັນອອກ ເເລະ ປາຊີຟິກ.

ຂ່າວວັນທີ: 20-03-2026

ອ່ານຂ່າວນີ້     ດາວໂຫລດຂ່າວນີ້

Warning: Undefined variable $isselected in D:\xampp\htdocs\bolsiteAppFontend\newsAll.php on line 189
123456789