Page 16 - History of BOL .indd
P. 16









​2.​​ເງິນຕາ​ສະໄໝອິນດູຈີນ​-​ຝຣັ່ງເສດແຕ່ປີ​1875​-​1954


ປີ​​1893​​ພວກລ່າເມືືອງຂຶ້ນຝຣັ່ງໄດ້ນຳເອົາເງິນຕາອິນດູຈີນ-ຝຣັ່ງເສດ​ທີເຂົາເຈົ້າໄດ້ພິມອອກໃຊ້ຢູ່ປະເທດຫວຽດນາມ​ແລະ​
ກຳປູເຈຍເຂົ້າມາໃຊ້ຈ່າຍຢູ່ປະເທດລາວ​ເຊິ່ງມີທັງເງິນເຈ້ຍ​ແລະ​ເງິນໂລຫະ,​ໃນສະໄໝນັ້ນ​ເງິນໂລຫະແມ່ນຜະລິດດ້ວຍ:​​ທອງສຳລິດ,​​

ທອງແດງ,​ ​ ທອງເຫຼັືອງ,​ ສັງກະສີ,​ ອາລູມີນຽມ​ ແລະ​ ເງິນຂາວ​ (ເຊິ່ງແມ່ນລັດຖະບານຝຣັ່ງເສດເປັນຜູ້ຖືຄອງສິດໃນການຜະລິດຫຼຽນ​
ແລະ​ພິມຈຳໜ່າຍເງິນເຈ້ຍອອກນຳໃຊ້).

ປະຊາຊົນລາວນິຍົມເອີ້ນວ່າ:​ເງິນກີບອິນດູຈີນ​ຫົວໜ່ວຍແມ່ນ:​ປຽດສ໌​(PIASTRE)​ມີວິທີຄິດໄລ່ດັ່ງນີ້:

5​Sapeques​=​1​Cent​​ ຫຼື​ 500​Sapeques=​100​Cents
100​Cents​=​1​Piastre
ນັບແຕ່ວັນທີ​20/01/1920​ເປັນຕົ້ນມາ​ລັດຖະບານອິນດູຈີນ​-​ຝຣັ່ງເສດ​ໄດ້ພິມເງິນເຈ້ຍເພີມເຕີມ​ແລະ​ບັງຄັບໃຫ້ໃຊ້ເງິນເຈ້ຍ

ດັ່ງກ່າວ(ເງິນກີບອິນດູຈີນ​ເຮັດດ້ວຍເຈ້ຍ)​ຄຽງຄູ່ກັບເງິນໂລຫະ​ແລະ​ຕໍ່ມາປີ​1946​ລັດຖະບານອິນດູຈີນ-ຝຣັ່ງເສດ​ກໍ່ໄດ້ປະກາດເອົາ

ເງິນເຈ້ຍປ່ຽນແທນເງິນໂລຫະ​ແລະ​ນຳໃຊ້ຈົນຮອດປີ​1951.​



2.1​ເງິນຫຼຽນໂລຫະ​ສະໄໝອິນດູຈີນ​-​ຝຣັ່ງເສດ​ຄ.ສ​1875​-​1946

ເງິນຫຼຽນໂລຫະສະໄໝອິນດູຈີນ-ຝຣັ່ງເສດແມ່ນຜະລິດຈາກ​ ເງິນ,​ ທອງສຳລິດ,​ ທອງແດງ,​ ທອງເຫຼັືອງ,​ ກົ່ວ,​ ອາລູມິນຽມ,​

ສັງກະສີ,​ເຊິ່ງມີຫຼາຍຮູບຮ່າງຫຼາຍຂະໜາດ​ແລະ​ມີຫຼາຍມູນຄ່າທີແຕກຕ່າງກັນ;​​ເງິນຫຼຽນດັ່ງກ່າວ​ມີຫົວໜ່ວຍແຕ່​1​ຊາເປັກ​-​1​ເບ້ຍ,​
(1)
ປະຊາຊົນນິຍົມຮ້ອງວ່າ:​ເງິນບີ້,​ຫຼຽນສະຕາງແດງ,​ເງິນກີບຫົວໜາມ,​ເງິນກີບຫົວໂລ້ນ,​ຫຼຽນນິແກນ​ແລະ​ຫຼຽນເງິນສົດໜຶ່ງເບ້ຍ .


​2.1.1​ເງິນບີ້​ສະໄໝອິນດູຈີນ-ຝຣັ່ງເສດ​ຄ.ສ​1896-1946

​​​​​​ເງິນບີ້ເຮັດດ້ວຍທອງສຳລິດ,​ມີຂະໜາດ,​ນ້ຳໜັກທີແຕກຕ່າງກັນ​​​​(​ຜະລິດແຕ່​ປີ​1896​-​1939​)


(2)
​.​1​ເຊັນ​ທອງສຳລິດ​ໜັກ​5​ກຣາມ,​ໜ້າຕັດ​26​ມິນ ,​ຮູບຫຼຽນເປັນລັກສະນະລຽບ
​.​1​CENT​Bronze​5​gr,​26​mm​Tranche​lisse

​.​​ຜະລິດປີ​1921​ຢູ່​San​Francisco


(3)
.​1​ເຊັນ​ທອງສຳລິດ​ໜັກ​7,5​ກຣາມ,​ໜ້າຕັດລຽບ​27,5​ມິນ ,​ຮູບຫຼຽນເປັນລັກສະນະລຽບ​​​
.​1​CENT​Bronze​7,5​gr,​27,5​mm​Tranche​lisse

.​ຜະລິດປີ​1923​ຢູ່​Poissy
(1)​ປຶ້ມຝຣັ່ງ​ປີ​1670​-​1988​ໜ້າ​236​-​252 (3)​ປຶ້ມຝຣັ່ງ​ປີ​1670​-​1988​ໜ້າ​240
(2)​ປຶ້ມຝຣັ່ງ​ປີ​1670​-​1988​ໜ້າ​240

7
   11   12   13   14   15   16   17   18   19   20   21