ກົດຫມາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ


| 1 | 2 | 3 | 4 | 5 |
 

ຫມວດທີ 4
ການຟື້ນຟູວິສາຫະກິດຄືນໃຫມ່.

ມາດຕາ 26. ພັນທະຂອງເຈົ້າຂອງ ຫລື ຜູ້ຕາງຫນ້າວິສາຫະກິດ.

      ເຈົ້າຂອງ ຫລື ຜູ້ຕ່າງຫນ້າຂອງວິສາຫະກິດເປັນຜູ້ຣັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນ ການຟື້ນຟູວິສາຫະກິດຄືນໃຫມ່ ຕາມທີ່ສານໄດ້ຕົກລົງ.

ມາດຕາ 27. ສິດ ແລະ ຫນ້າທີ່ຂອງເຈົ້າຫນີ້.

      ເຈົ້າຫນີ້ມີສິດ ແລະ ຫນ້າທີ ປະຕິບັດຕາມຄຳຕັດສິນຂອງສານ ແລະ ຕິດຕາມການປະຕິບັດ ແຜນ ການຟື້ນຟູວິສາຫະກິດຄືນໃຫມ່ຂອງວິສາຫະກິດລູກຫນີ້.

ມາດຕາ 28. ການໂອນຊັບສິນ.

      ຊັບສິນທີ່ຈຳເປັນສຳລັບການສືບຕໍ່ການດຳເນີນທຸລະກິດຂອງວິສາຫະກິດລູກຫນີ້ນັ້ນ ຫ້າມຂາຍ, ຫ້າມໂອນຖ້າຫາກບໍ່ໄດ້ຮັບອະນຸຍາດຈາກສານ.

ມາດຕາ 29. ການປ່ຽນແປງກົດລະບຽບຂອງວິສາຫະກິດ.

      ກົດລະບຽບຂອງວິສາຫະກິດ ທີ່ຢູ່ໃນສະພາບຟື້ນຟູນັ້ນອາດຈະໄດ້ການປັບປຸງຄືນໃຫມ່ ເພື່ອໃຫ້ ສອດຄ່ອງກັບແຜນການຟື້ນຟູດັ່ງກ່າວ.

ມາດຕາ 30. ການເພ່ີມທຶນ.

      ເພື່ອໃຫ້ສາມາດສືບຕໍ່ດຳເນີນທຸລະກິດຕາມແຜນການຟື້ນຟູໄດ້ວິສາຫະກິດອາດມີຄວາມຈຳເປັນ ຕ້ອງໄດ້ເພີ່ມທຶນ.

      ການເພີ່ມທຶນອາດຈະດຳເນີນຣູບການດັ່ງຕໍ່ໄປນີ້:

  1. ການເພີ່ມມູນຄ່າຂອງຮຸ້ນ;

  2. ການຫັນເອົາເຈົ້າຫນີ້ມາເປັນຜູ້ປະກອບທຶນ;

  3. ການເພີທຈຳນວນຮຸ້ນ;
  4. ການກູ້ຢືມ.

ມາດຕາ 31. ກຳນົດເວລາຟື້ນຟູ.

      ກຳນົດເວລາຟື້ນຟູວິສາຫະກິດຄືນໃຫມ່ ບໍ່ໃຫ້ເກີນ 2 ປີ ນັບແຕ່ມຶ້ທີ່ສານໄດ້ຕົກລົງແຜນການ ຟຶ້ນຟູເປັນຕົ້ນໄປ.

      ໃນໄລຍະເວລາດຳເນີນການຟື້ນຟູວິສາຫະກິດຕ້ອງໄດ້ໃຊ້ແທນຫນີ້ສິນຕາມແຜນການຟື້ນຟູນັ້ນ.

ມາດຕາ 32. ຄຳຕັດສິນຂອງສານ.

      ຜ່ານໄລຍະການຟື້ນຟູ ຖ້າວ່າວິສາຫະກິດຫາກສາມາດເຄື່ອນໄຫວທຸລະກິດຂອງຕົນຢ່າງມີປະ ສິດທິຜົນ ສານຈະຕັດສິນໃຫ້ດຳເນີນກິດຈະການຕໍ່ໄປ, ຖ້າວ່າວິສາຫະກິດຫາກບໍ່ສາມາດຟື້ນຕົວໄດ້ ສານກໍ່ຈະຕັດສິນໃຫ້ວິສາຫະກິດນັ້ນລົ້ມລະລາຍ.

      ໃນໄລຍະດຳເນີນການຟື້ນຟູວິສາຫະກິດຄືນໃຫມ່ຢູ່ນັ້ນ ສານສາມາດຕັດສິນໃຫ້ວິສາຫະກິດລົ້ມ ລະລາຍເວລາໃດກໍ່ໄດ້ ຖ້າຫາກເຫັນວ່າວິສາຫະກິດນັ້ນບໍ່ສາມາດຟື້ນຕົວໄດ້.

ຫມວດທີ 5
ການຂາຍກິດຈະການ

ມາດຕາ 33. ການຂາຍກິດຈະການ.

      ນັບແຕ່ມື້ທີ່ສານຕົກລົງໃຫ້ຄວບຄຸມຊັບສິນຂອງວິສາຫະກິດລູກຫນີ້ເປັນຕົ້ນໄປ ບຸກຄົນ ຫລື ນິ ຕິບຸກຄົນ ສາມາດສະເຫນີຂໍຊື້ກິດຈະການຂອງວິສາຫະກິດທັງຫມົດ ຫລື ສ່ວນໃດສ່ວນຫນຶ່ງກໍ່ໄດ້.

      ໃນກໍລະນີຂໍຊື້ກິດຈະການສ່ວນໃດສ່ວນຫນຶ່ງນັ້ນ ສານຕ້ອງໄດ້ກຳນົດຢ່າງຈະແຈ້ງຊັບສິນທີ່ຈະ ຕົກລົງໃຫ້ຊື້ຂາຍໄດ້.

ມາດຕາ 34. ເງື່ອນໄຂຂອງຜູ້ຊື້.

      ສານຕ້ອງໄດ້ຄົ້ນຄ້ວາເລືອກເຟັ້ນເອົາຜູ້ທີ່ສາມາດຊຳລະຄ່າຊື້ກິດຈະການຕາມກຳນົດເວລາທີ່ ສານໄດ້ວາງໄວ້. ຜູ້ຊືກິດຈະການສາມາດຂາຍ ຫລື ໂອນຊັບສິນຂອງວິສາຫະກິດໃຫ້ຄົນອື່ນໄດ້ກໍ່ຕໍ່ເມື່ອ ຫາກໄດ້ຊຳລະຄ່າຊື້ກິດຈະການນັ້ນຫມົດແລ້ວ.

ຫມວດທີ 6
ການລົ້ມລະລາຍ ແລະ ການຊຳລະສະສາງ

ມາດຕາ 35. ການຕັດສິນໃຫ້ວິສາຫະກິດລົ້ມລະລາຍ.

      ສານຈະຕັດສິນໃຫ້ວິສາຫະກິດລົ້ມລະລາຍໄດ້ຖ້າຫາກເກີດກໍລະນີໃດກໍລະນີຫນຶ່ງດັ່ງຕໍ່ໄປນີ້:

  1. ເຈົ້າຂອງ ຫລື ຜູ້ຕາງຫນ້າຂອງວິສາຫະກິດ ບໍ່ມີແຜນການຟື້ນຟູວິສາຫະກິດຄືນໃຫມ່;

  2. ເຈົ້າຂອງ ຫລື ຜູ້ຕາງຫນ້າວິສາຫະກິດ ບໍ່ສາມາດປະຕິບັດໄດ້ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 23 ຂອງກົດຫມາຍສະບັບນີ້;

  3. ກອງປະຊຸມເຈົ້າຫນີ້ບໍ່ຮັບເອົາແຜນການຟື້ນຟູວິສາຫະກິດຄືນໃຫມ່;

  4. ສິ້ນສຸດກຳນົດເວລາການຟື້ນຟູວິສາຫະກິດຄືນໃຫມ່ ແຕ່ການດຳເນີນທຸລະກິດຂອງວິສາຫະກິດກໍ່ ຍັງມີຜົນກຳໄລ ແລະ ເຈົ້າຫນີ້ກໍ່ຮຽກຮ້ອງໃຫ້ພິຈາລະນາການລົ້ມລະລາຍ;

  5. ວິສາຫະກິດໄດ້ລວງລະເມີດຂອງສານຢ່າງຮ້າຍແຮງໃນໄລຍະດຳເນີນການຟື້ນຟູ ວິສາຫະກິດຄືນ ໃຫມ່.

  6. ເຈົ້າຂອງວິສາຫະກິດໄດ້ໂຕນຫນີ ຫລືເສຍຊີວິດ ແລະ ຜູ້ສືບທອດໄດ້ປະຕິເສດການສືບທອດ ຫລື ວ່າບໍ່ມີຜູ້ສືບທອດ ໃນໄລຍະທີພວມພິຈາລະນາຕັດສິນການລົ້ມລະລາຍຂອງວິສາຫະກິດ.

ມາດຕາ 36. ຄຳຕັດສິນຂອງສານ.

      ຄຳຕັດສິນຂອງສານໃຫ້ວິສາຫະກິດລົ້ມລະລາຍ ປະກອບດ້ວຍເນື້ອໃນທີ່ສຳຄັນທີ່ຈຳເປັນ ດັ່ງ ລຸ່ມນີ້:

  1. ຊື່ ຂອງສານ, ຊື່ ແລະ ນາມສະກຸນຂອງຜູ້ພິພາກສາທີ່ພິຈາລະນາຕັດສິນການລົ້ມລະລາຍຂອງ ວິສາຫະກິດ;

  2. ວັນທີ ແລະ ເລກທີ ຂອງຄຳຮ້ອງຟ້ອງໃຫ້ພິຈາລະນາຕັດສິນການລົ້ມລະລາຍຂອງວິສາຫະກິດ;

  3. ຊື່ ແລະ ເລກທະບຽນ ຂອງວິສາຫະກິດທີ່ຖືກຕັດສິນໃຫ້ລົ້ມລະລາຍ;

  4. ວັນທີຕັດສິນການລົ້ມລະລາຍຂອງວິສາຫະກິດ;

  5. ເຫດຜົນການຕັດສິນການລົ້ມລະລາຍຂອງວິສາຫະກິດ;

  6. ແຜນການແບ່ງປັນຊັບສິນຂອງວິສາຫະກິດ.

ມາດຕາ 38. ການແຕ່ງຕັ້ງຄະນະຊຳລະສະສາງ.

      ສານເປັນຜູ້ຕົກລົງສ້າງຕັ້ງຄະນະສຳລຳສະສາງຊຶ່ງປະກອບດ້ວຍ:

  1. ພະນັກງານປະຕິບັດຄຳຕັດສິນຂອງສານເປັນຫົວໜ້າ;
  2. ຜູ້ຕາງຫນ້າອົງການ ການເງິນ;
  3. ຜູ້ຕາງຫນ້າທະນາຄານຂັ້ນແຂວງ ຫລື ກຳແພງນະຄອນ;
  4. ຕົວແທນເຈົ້າຫນີ້;
  5. ຕົວແທນກຳມະບາຍແຂວງ ຫລື ກຳແພງນະຄອນ;
  6. ຕົວແທນກຳມະກອນຂອງວິສາຫະກິດລູກຫນີ້;
  7. ຜູ້ຕາງຫນ້າວິສາຫະກິດລູກຫນີ້.

ມາດຕາ 39. ສີດ ແລະ ຫນ້າທີຂອງຄະນະຊຳລະສະສາງ

      ຄະນະຊຳລະສະສາງມີສິດ ແລະ ຫນ້າທີດັ່ງຕໍ່ໄປນີ້:

  1. ກວດກາຊັບສິນ ແລະ ຫນີ້ສິນຂອງວິສາຫະກິດ;
  2. ຮັບເອົາການມອບຊັບສິນ, ເອກະສານທີ່ກ່ຽວຂ້ອງອື່ນໆຈາກຄະນະຄວບຄຸມຊັບສິນ;

  3. ລົບລ້າງສັນຍາຂອງວິສາຫະກິດທີ່ເຮັດຂຶ້ນ ໂດຍບໍ່ຖືກຕ້ອງ;

  4. ຮີບໂຮມຊັບສິນຂອງວິສາຫະກິດ;

  5. ປະມູນຂາຍຊັບສິນຂອງວິສາຫະກິດ;

  6. ແບ່ງປັນຊັບສິນໃຫ້ເຈົ້າຫນີ້;

  7. ແບ່ງປັນສວ່ນທີ່ເຫລືອຈາກການໃຊ້ຫນີ້ສິນແລ້ວນັ້ນ ໃຫ້ເຈົ້າຂອງ ຫລື ໃຫ້ຜູ້ປະກອຍທຶນຂອງວິ ສາຫະກິດ.

ການໃຊ້ຈ່າຍທີ່ຈຳເປັນໃນການເຄື່ອນໄຫວຊຳລະສະສາງນັ້ນເປັນພາລະຂອງວິສາຫະກິດລູກຫນີ້.

ມາດຕາ 40. ການລົບລ້າງສັນຍາ ຫລື ເອກະສານທີ່ບໍ່ຖືກຕ້ອງ

      ເພື່ອຮີບໂຮມເອົາຊັບສິນຂອງວິສາຫະກິດ ມາໃຊ້ແທນຫນີ້ສິນໄດ້ຢ່າງມີປະສິດທິທິຜົນນັ້ນຄະນະ ຊຳລະສະສາງມີສິດ ແລະ ຫນ້າທີກວດກາ, ລົບລ້າງ ສັນຍາ ຫລື ເອກະສານອື່ນໆ ທີ່ວິສາຫະກິດໄດ້ ເຮັດຂຶ້ນໂດຍບໍ່ຖືກຕ້ອງກ່ອນການຕົກລົງຂອງສານໃຫ້ມີການຄວບຄຸມຊັບສິນຂອງວິສາຫະກິດລູກຫນີ້ເຊັນ

  1. ການຂາຍຊັບສິນຫລຸດລາຄາ;
  2. ການຄ້ຳປະກັນຫນີ້ເກົ່າ;
     ການເຊັນສັນຍາ ຫລື ການໂອນຊັບສິນໃຫ້ພີ່ນ້ອງ, ຫມູ່ເພື່ອນ ຫລື ການເອົາຊັບສິນຂອງວິສາ ຫະກິດໃຫ້ຜູ້ອື່ນນຳໃຊ້.

| 1 | 2 | 3 | 4 | 5 |
 
Bank of the Lao P.D.R