|
ທະນາຄານແຫ່ງ ສປປ ລາວ
ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງຊາດ
ໃນວັນທີ 31/8/2007
ຜ່ານມານີ້,
ຢູ່ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫລວງວຽງຈັນ ໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆເຊັ່ນ:
ເອກະສານກ່ຽວກັບ
ນະໂຍບາຍ
ຄວາມ
ສາ
ມັກຄີບັນດາເຜົ່າ,
ເອກະສານລະນຶກວັນຢຶດອຳນາດ
23
ສິງຫາ ແລະ ຮັບຟັງການປາຖະກະ
ຖາ
ເນື່ອງໃນໂອກາດວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ
16
ປີ.ເຂົ້າຮ່ວມ
ເປັນກຽດ
ຂຶ້ນປາ
ຖະກະຖາໃນຄັ້ງນີ້ ໂດຍແມ່ນສະຫາຍ ນາງ ປານີ ຢາທໍ່ຕູ້,
ກຳມະການກົມການເມືອງສູນກາງພັກ,
ຮອງປະທານສະພາແຫ່ງຊາດ,
ມີສະຫາຍ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ
ພ້ອມດ້ວຍປະທານສະພາບໍລິຫານ,
ຄະນະອຳນວຍການ ທະນາຄານທຸລະກິດລັດ ແລະ ລັດຫຸ້ນສ່ວນ
ເຂົ້າ
ຮ່ວມຮັບຟັງ.ການປາຖະກະຖາໃນຄັ້ງນີ້ ສະຫາຍນາງ ປານີຢາທໍ່ຕູ້ ໄດ້ຍົກໃຫ້ເຫັນຄວາມ
ຫມາຍ
ຄວາມສຳຄັນຂອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ
ທີ່ມີການປະກາດໃຊ້ຢ່າງເປັນທາງການ
ມາແຕ່ວັນທີ
15
ສິງຫາ
1991
ເປັນຕົ້ນມາຈົນເຖິງປະຈຸບັນ,
ພ້ອມນີ້ຍັງໄດ້ຫວນຄືນ
ມູນເຊື້ອ
ປະຫວັດສາດອັນສະຫງ່າລາສີຂອງການປະຕິວັດເດືອນສິງຫາ
ຊຶ່ງເປັນປະຫວັດສາດປວງຊົນລາວ
ບັນ
ດາເຜົ່າໃນທົ່ວປະເທດໄດ້ລຸກຮື້ຂຶ້ນຕ້ານຈັກກະພັດຜູ້ຮຸກຮານ,
ປະກາດປະເທດເປັນປະເທດສາທາລະ
ນະລັດ ປະຊາທິປະໄຕ ປະຊາຊົນລາວໃນປະຈຸບັນ.
(ໜັງສືພິມ
ປະຊາຊົນ ສະບັບວັນທີ່: 4 ກັນຍາ 2007)
|